ເຕັກນິກເຮັດໃຫ້ນອນຫຼັບງ່າຍພຽງ 60 ວິນາທີ
ເຕັກນິກເຮັດໃຫ້ນອນຫຼັບງ່າຍພຽງ 60
ວິນາທີ
ສໍາລັບຄົນທີ່ນອນຍາກ ແລະ
ຕ້ອງນອນນັບແກະທຸກຄືນກ່ອນນອນ
ຮ້າຍແຮງໄປກວ່ານັ້ນແມ່ນການກິນຢານອນຫຼັບເພື່ອຂົ່ມຕາໃຫ້ນອນ ແຕ່ມື້ນີ້ Soulivanh.blogspot.com ມີເຕັກນິກເຮັດໃຫ້ນອນຫຼັບງ່າຍໆພາຍໃນ 60 ວິນາທີ ໂດຍຫົວໃຈສໍາຄັນຂອງເຕັກນິກນີ້ແມ່ນ “ການຫາຍໃຈ” ຫຼື ເອີ້ນອີກແບບວ່າເຕັກນິກຫາຍໃຈແບບ 4-7-8 ເຊິ່ງຖືກຄິດຄົ້ນໂດຍ ດຣ ແອນດີວ ວິລ
ຈາກມະຫາວິທະຍາໄລ ອາຣິໂຊນາ ສະຫະລັດອາເມລິກາ (Alisona University, USA) ໂດຍໃຊ້ຫຼັກການດຽວກັບການຫາຍໃຈຂອງຫານຫຼິ້ນໂຢຄະເປັນຕົ້ນແບບ.
ສໍາລັບວິທີນີ້ແມ່ນງ່າຍ ສາມາດເຮັດໄດ້ທຸກສະຖານທີ່ ທຸກເວລາ ແລະ ບໍ່ຕ້ອງມີອຸປະກອນໃດໆ.
ວີທີປະຕິບັດ:
1. ເຮັດປາຍລິ້ນຂື້ນແຕະແພດານປາກໃຫ້ຢູ່ໃນລະດັບເໜືອແຂ້ວ
ແລະ ວາງປາຍລິ້ນຢູ່ຕໍາແໜ່ງນັ້ນຕະຫຼອດ
2. ຜ່ອນລົມຫາຍໃຈຜ່ານຊ່ອງປາກໃຫ້ເຕັມທີ່ຈົນເກີດສຽງ
“ຮູສ໌!!!”
3. ປິດຮີມສົບແລ້ວຫາຍໃຈເຂົ້າຢ່າງມິດໆ
ຊ້າໆ ຜ່ານຮູດັງ ແລ້ວນັບ 1-4
4. ກັ້ນລົມຫາຍໃຈແລ້ວນັບ
1-7
5. ຈາກນັ້ນຜ່ອນລົມຜ່ານຊ່ອງປາກໃຫ້ເຕັມທີ່ຈົນເກີດສຽງ
“ຮູສ໌!!!” ໂດຍນັບໃນໃຈໄປ
1-8
6. ຈາກນັ້ນປິດຮີມສົບແລ້ວຫາຍໃຈເຂົ້າຢ່າງມິດໆ
ຊ້າໆ ຜ່ານຮູດັງ ແລ້ວນັບ 1-4
ແລ້ວປະຕິດບັດຂັ້ນຕອນ 4-6 ໄປອິກ 3 ຄັ້ງ
ໝາຍເຫດ: ທຸກລົມຫາຍໃຈເຂົ້າຈະຕ້ອງຫາຍໃຈຜ່ານຮູດັງຢ່າງມິດໆ
ແລະ ທຸກລົມຫາຍໃຈອອກ ຈະຕ້ອງມີສຽງດັງ ໂດຍຜ່ອນຫາຍລົມຫາຍໃຈຜ່ານຊ່ອງປາກ.
ຂໍ້ດີຂອງເຕັກນິກນີ້:
1. ຊ່ວຍໃຫ້ຮ່າງກາຍຮັບ
Oxygen ໃນປະລິມານທີ່ຫຼາຍຂື້ນ
ເຊິ່ງສາມາດຜ່ອນຄາຍລະບົບປະສານໃຫ້ຫຼຸດຄວາມເຄັ່ງຕຶງ ແລະ ທັງເປັນການຝຶກສະມາທິນໍາອີກ;
2. ຊ່ວຍປັບສົມດຸນລະບົບການເຮັດວຽກຂອງປະສານທີ່ສ້າງຄວາມເຄັ່ງຕຶງຕະຫຼອດທັງມື້ໄດ້
3. ຊ່ວຍໃຫ້ເຊື່ອມຕໍ່ລົມຫາຍໃຈກັບຮ່າງກາຍໃຫ້ເປັນອັນໜຶ່ງອັນດຽວກັນ
ແລະ ຊ່ວຍດຶງຄວາມຄິດທີ່ມຸກມຸ້ນອອກຈາກສະໝອງ ເຊິ່ງເປັນສາເຫດທີ່ເຮັດໃຫ້ນອນບໍ່ຫຼັບ.
ຂໍ້ມູນຈາກ ໂຕະນໍ້າຊາ



ไม่มีความคิดเห็น